ກອງບັນຊາການ ປກສ ເມືອງສາມັກຄີໄຊ ເຊື່ອມຊຶມ ເອກະສານທີ່ສຳຄັນຂອງພັກ - ຂອງຊາດ.
ຕອນບ່າຍຂອງວັນທີ 28 ຕຸລາ 2021 ທີ່ຜ່ານມານີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງ ໄດ້ຈັດພິທີເຊື່ອມຊຶມ-ຜັນຂະຫຍາຍ ເອກະສານທີ່ສຳຄັນຂອງພັກ - ຂອງຊາດຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ພັທ ວົງສັກ ແກ້ວວົງພິມ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ເຂົ້າຮ່ວມມີທ່ານ ວົງພະໄຕ ໂຄດໂຍທາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄະນະພັກ - ຄະນະບັນຊາ, ພະນັກງານ, ສະມາຊິກພັກ ແລະ ນັກຮົບພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ວົງສັກ ແກ້ວວົງພິມ ພ້ອມດ້ວຍຄະນະພັກກອງບັນຊາການ ປກສ ເມືອງ ກໍ່ໄດ້ພັດປ່ຽນກັນຂຶ້ນບັນຍາຍເອກະສານ ໂດຍຍົກໃຫ້ເຫັນບາງບັນຫາທີ່ສຳຄັນຂອງເນື້ອໃນ ມະຕິກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I; ມະຕິ ກອງປະຊຸມສະໄໝສາມັນ ປະຈຳເດືອນ ກໍລະກົດ 2021; ມະຕິ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເອກະສານອື່ນໆທີ່ສຳຄັນ.
ການເຊື່ອມຊຶມໃນຄັ້ງນີ້ ກໍ່ໄດ້ເນັ້ນໜັກເຖິງເນື້ອໃນ 2 ວາລະແຫ່ງຊາດ ເລກທີ 01-02 ກ່ຽວກັບການການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດທີ່ຍັງເກີດຂຶ້ນໃນປະຈຸບັນ, ທັງນີ້ກໍ່ເພື່ອແນໃສ່ໃຫ້ພະນັກງານ - ນັກຮົບພາຍໃນກົມກອງ ມີຄວາມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນບັນດາເນື້ອໃນເອກະສານດັ່ງກ່າວ ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເຂົ້າໃນການບໍລິການທີ່ດີ, ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢູ່ຈຸດທີ່ຫຼໍ່ແຫຼມ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າເທື່ອລະກ້າວ.
ໂດຍ: ຄຳລີໄຊ ບຸນເພັງ
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 172 |
![]() | ອາທິດນີ້ | 1148 |
![]() | ເດືອນນີ້ | 5138 |
![]() | ທັງໝົດ | 168952 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌