ກອງບັນຊາການທະຫານເມືອງພູວົງ ຈັດພິທີເຊື່ອມຊຶມເອກະສານ 3 ວັນປະຫວັດສາດ.
ວັນທີ 8 ພະຈິກ 2021ນີ້, ກອງບັນຊາການທະຫານເມືອງພູວົງໄດ້ຈັດພິທີເຊື່ອມຊຶມບັນດາເອກະສານສຳຄັນຂອງຊາດ-ຂອງພັກເປັນຕົ້ນ: ເອກະສານວັນປະກາດເອກະລາດຄົບຮອບ 76ປີ( 12 ຕຸລາ 1945 - 12 ຕຸລາ 2021 ), ເອກະສານວັນສ້າງຕັ້ງການທູດລາວ ( 12 ຕຸລາ 1945 ແລະ 12 ຕຸລາ 1975 ), ເອກະສານ ວັນລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 30ປີ( 15 ສິງຫາ 1991 - 15 ສິງຫາ 2021 ). ຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງພູວົງ. ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ພັທ ຄຳກ້ອນ ດວງສົມປານ ຄະນະປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີສະຫາຍ ພັທ ບຸນຍົມ ພົນອາມາດ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ມີບັນດາສະຫາຍຄະນະພັກ- ຄະນະບັນຊາ, ພະນັກງານ ສະມາຊິກພັກ-ນັກຮົບເຂົ້າຮ່ວມ.
ໃນພິທີ ສະຫາຍ ພັທ ຄຳກ້ອນ ດວງສົມປານ ຫົວໜ້າການເມືອງກອງບັນຊາການທະຫານເມືອງພູວົງ ກໍໄດ້ໃຫ້ກຽດບັນຍາຍເອກະສານດັ່ງກ່າວ ເຊິ່ງໄດ້ຍົກໃຫ້ເຫັນບາງບັນດາເນື້ອໃນທີ່ສຳຄັນຂອງ 3 ວັນດັ່ງກ່າວ ກໍ່ເພື່ອໃຫ້ບັນດາຄະນະພັກ- ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບພາຍໃນກົມກອງຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ-ຂອງພັກ ເຂົ້າໃນຂະບວນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຳເລັດຜົນເປັນຈິງ. ນອກນີ້ ໃນພິທີ ຍັງໄດ້ຮັບຟັງການສະຫຼຸບວຽກງານການຈັດຕັ້ງປະຕິບັດໃນໄລ່ຍະໜຶ່ງອາທິດຜ່ານມາ ພ້ອມທັງວາງທິດທາງແຜນວຽກຈຸດສຸມໃນອາທິດຕໍ່ໜ້າຕື່ມອີກ.
( ຂ່າວໂດຍ: ບຸນສັນ ສຸດທິລາດ ປກຊ ເມືອງພູວົງ ).
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 172 |
![]() | ອາທິດນີ້ | 1148 |
![]() | ເດືອນນີ້ | 5138 |
![]() | ທັງໝົດ | 168952 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌