- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພະຫັດ, 13 ມັງກອນ 2022 02:53
-
ຂຽນໂດຍ ຄອຂ ອັດຕະປື
ຄະນະໂຄສະນາອົບຮົມແຂວງອັດຕະປື ຈັດພິທີເຜີຍແຜ່ຜົນສຳເລັດການກໍ່ສ້າງທາງລົດໄຟລາວ-ຈີນ .
ໃນວັນທີ 10 ມັງກອນ 2022; ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ຄໍາສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, ລົງວັນທີ 29 ກັນຍາ 2021ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໃຫ້ກຽດເປັນປະທານ ຂອງທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະ ພ້ອມພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ, ຍິງ 6 ທ່ານ.

ໃນພິທີ ທ່ານ ນ. ບຸນນານ ບຸນນະແສງ ໄດ້ເຜີຍແຜ່ຜົນສໍາເລັດການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຄວາມເປັນມາຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ພັກ ແລະ ລັດຖະບານເຮົາຍາມໃດກໍຖືເອົາການຄົມມະນາຄົມຂົ່ນສົ່ງເປັນວຽກງານໜຶ່ງທີ່ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະເທດເຮົາຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງເພື່ອຕອບສະໜອງຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມໂຍງ, ເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນເພື່ອດືງດູດນັກລົງທືນຈາກຕ່າງປະເທດ, ສົ່ງເສີມຜະລິດຕະພັນພາຍໃນປະກອບສ່ວນເປັນທ່າແຮງໃນຂະແໜງກະສິກຳ, ອຸດສາຫະກຳ ແລະ ອຶ່ນໆ ຢູ່ໃນປະເທດເຮົາ. ພ້ອມດ່ຽວກັນນັ້ນຍັງໄດ້ຮັບຟັງການເຜີຍແຜ່ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕື່ມອີກ.
Found a typo? Please select it and press Ctrl + Enter.