ເມືອງຊານໄຊ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ VI ສະໄໝທີ XIII.
ວັນທີ 25 ມັງກອນ 2022 ນີ້, ເມືອງຊານໄຊ ແຂວງອັດຕະປື ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ VIສະໄໝທີ VIII ຂື້ນທີ່ຫໍປະຊຸມໃຫຍ່ຂອງເມືອງ,ໂດຍການເປັນປະທານຂອງສະຫາຍ ສູວັນສີ ແກ້ວວີເສີດ ກໍາມະການພັກແຂວງ ເລຂາພັກ, ເຈົ້າເມືອງຊານໄຊ,ໃຫ້ກຽດເຂົ້າຮ່ວມມີສະຫາຍນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະປະຈໍາພັກ,ກໍາມະການພັກ,ເລຂາຄະນະພັກ,ຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາຄືນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງຊານໄຊ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022,ພ້ອມທັງຜ່ານຮ່າງບົດສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະບໍລິຫານງານພັກເມືອງ ປະຈຳປີ 2021,ບົດສະຫຼຸບການກໍ່ສ້າງຮາກຖານການເມືອງ ປີ 2021 ແລະ ທິດທາງແຜນການ ປີ 2022,ເຊິ່ງທົ່ວເມືອງຊານໄຊມີ 1 ອົງຄະນະພັກເມືອງ,ມີ 9 ຄະນະພັກຮາກຖານ,ມີ 75 ໜ່ວຍພັກ,ມີສະມາຊິກພັກ1.275 ສະຫາຍ,ຍິງ 274 ສະຫາຍ,ມີສະມາຊິກພັກສຳຮອງ 51 ສະຫາຍ,ຍິງ 28 ສະຫາຍ,ຂະຫຍາຍໃໝ່ມີ 33 ສະຫາຍ,ຍິງ10 ສະຫາຍ,ໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນມີ 46 ໜ່ວຍພັກ, ໜ່ວຍພັກແຂງ 21 ໜ່ວຍພັກ,ໜ່ວຍພັກກາງ 8 ໜ່ວຍພັກ,ມີສະມາຊິກພັກຮັບບັດແດງ1.056 ສະຫາຍ,ຍິງ 198 ສະຫາຍ,ໄລຍະ1 ປີຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນອົງຄະນະພັກແຂວງອັດຕະປື ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຜູ້ແທນອົງຄະນະພັກເມືອງຊານໄຊ,ພ້ອມທັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຢ່າງຕໍ່ເນື່ອງ,ນໍາເອົາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ມະຕິ,ຄໍາສັ່ງ,ແຈ້ງການຂອງຂັ້ນເທິງລົງເຜີຍແຜ່ໃຫ້ແກ່ສະມາຊິກພັກ,ພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໄດ້ທົ່ວເຖິງ. ໃນໄລຍະຜ່ານມາເມືອງຊານໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ 98,87%, ດ້ານກະສິກໍາຂະຫຍາຍຕົວ 73,94%, ດ້ານອຸດສາຫະກໍາ 8,55%, ດ້ານການບໍລິການ 17,51%ລວມຍອດຜະລິດຕະພັນພາຍໃນບັນລຸ 89.145 ຕື້ກວ່າກີບ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 3ລ້ານ 4 ແສນ ກີບຕໍ່ຄົນຕໍ່ປີ,ໄດ້ເອົາໃຈໃສ່ດືງດູດນັກລົງທຶນສະໜັບໜູນທຶນຮອນເຂົ້າໃນການປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ,ວັດຖຸເຕັກນິກ,ວິຊາຊີບ,ຖືເອົາການພັດທະນາຊັບພະຍາກອນມະນຸດ,ພັດທະນາສີມືແຮງງານ ເຮັດໃຫ້ບັນດາຂະແໜງການດັ່ງກ່າວມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບນັບມື້ດີຂື້ນເທື່ອລະກ້າວ.
ກອງປະຊຸມໄດ້ແບ່ງຈຸສຳຫຼວດ, ປະເມີນຈັດປະເພດຄວາມຮັບຜິດຊອບຂອງພະນັກງານນຳພາ, ພະນັກງານຫຼັກແຫຼ່ງ ແລະ ຜ່ານຮ່າງບົດສຳຫຼວດບຸກຄົນພາຍໃນຄະນະພັກຕື່ມອີກ.
ຂ່າວ: ສຸກສະຫວ່າງ