ໃນວັນທີ 12 ມັງກອນ 2023; ຄະນະໂຄສະນາອົບຮົມແຂວງອັດຕະປື ນຳໂດຍທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະບັນດາທ່ານຫົວໜ້າກົມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເວົ້າລວມ, ເວົ້າສະເພາະຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມມີ ທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມ 5 ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໃນໄລຍະຜ່ານມາ ເຊິ່ງມີທັງດ້ານດີ, ດ້ານອ່ອນ, ສາເຫດ ແລະ ຄວາມຫຍຸ້ງຍາກໃນການເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ເປົ້າໝາຍຕ່າງໆ ຈາກນັ້ນກໍ່ໄດ້ມີການແລກປ່ຽນບົດຮຽນ ແລະ ປຶກສາຫາລືແກ້ໄຂ ພ້ອມທັງວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າມີການຫັນປ່ຽນດີຂື້ນ.
ພ້ອມນັ້ນ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ກໍ່ໄດ້ໂອ້ລົມ ແລະ ມີຄຳເຫັນເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງຄະນະໂຄສະນາອົບຮົມແຂວງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເຖິງວ່າສະພາບການຫຼາຍຢ່າງໄດ້ພົບຄວາມຫຍຸ້ງຍາກ; ແຕ່ເຖິງຢ່າງໃດກໍຕາມ ກໍພ້ອມກັນປັບປຸງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ການຫັນປ່ຽນໃໝ່ ໂດຍສະເພາະການປັບປຸງກົງຈັກ, ປັບປຸງພາລະບົດບາດ, ສິດ, ໜ້າທີ່ ການເຄື່ອນໄຫວຄະນະໂຄສະນາອົບຮົມແຂວງ, ເມືອງ ສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມທັງປັບປຸງກົນໄກການພົວພັນວຽກງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ວ່ອງໄວທັນການ ແລະ ໃນໂອກາດດຽວກັນກໍໄດ້ລົງໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງສະໜາມໄຊ ແລະ ໄດ້ພົບປະຊາຊົນຊາວເມືອງສະໜາມໄຊ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການຄູກັນນ້ຳຂອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ. ພ້ອມທັງມອບຄອມພີວເຕີຕັ້ງໂຕະ 1 ຊຸດໃຫ້ແກ່ຄະນະໂຄສະນາອົບຮົມເມືອງສະໜາມໄຊ.
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 1558 |
![]() | ເດືອນນີ້ | 1249 |
![]() | ທັງໝົດ | 241687 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌