ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...
Previous
Next

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

--------------------------------------------------------------

ວັນທີ 10 ມັງກອນ 2023 ນີ້, ຄະນະໂຄສະນາອົບຮົມເມືອງພູວົງ ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໂຄສະນາອົບຮົມທົ່ວເມືອງ ປະຈຳປີ 2022 ຂຶ້ນທີ່ສະໂມສອນຫ້ອງວ່າການເມືອງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີທົນ ຊາວພູວົງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ບຸນຮອນ ໄຊຍະວົງ ຮອງຫົວຫນ້າໂຄສະນາອົບຮົມແຂວງ, ມີທ່ານ ຄຳພຸດ ຄຳປະສົງ ວ່າການຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາທ່ານຄະນະປະຈຳພັກ, ກຳມະການພັກ, ຫົວໜ້າ-ຮອງຫ້ອງການ, ຄະນະພັກກອງບັນຊາການ ທະຫານ-ຕຳຫຼວດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄໍາພຸດ ຄໍາປະສົງ ວ່າການຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ໃຫ້ກຽດຂື້ນກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດສະຫຼຸບຕີລາຄາຜົນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີວຽກງານຂອງໂຄສະນາອົບຮົມເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມ ແລະ ປັດໃຈສຳຄັນທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານຕັ້ງໜ້າ, ປະກົດການຫຍໍ້ທໍ້ຕ່າງໆ ຍັງສືບຕໍ່ສ້າງຄວາມຫຍຸ້ງຍາກສັບສົນໃນທົ່ວສັງຄົມ ແລະ ຜົນງານເຊິ່ງສະແດງອອກໃນວຽກງານດ້ານຕ່າງໆເຊັ່ນ:

1). ວຽກງານໂຄສະນາ-ຂໍ້ມູນຂ່າວສານ: ໄດ້ເອົາໃຈໃສ່ສົມທົບກັບບັນດາກົມກອງຂະແໜງກການ-ໜ່ວຍງານທີ່ກ້ຽວຂອງ ແລະ ຮາກຖານບ້ານ ໄດ້ນຳພາເຄື່ອນໄຫວຈັດຕັ້ງໂຄສະນາ-ປາຖະກະຖາວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງສາກົນ ເຊິ່ງມີຜູ້ເຂົ້າຮ່ວມທັງຫມົດ 3.060 ເທື່ອຄົນ, ຍິງ 1.366 ເທື່ອຄົນ, ສະມາຊິພັກ 1.712 ເທື່ອສະຫາຍ, ຍິງ 717 ເທື່ອສະຫຍ. ພ້ອມກັນນັ້ນ ຍັງໄດ້ຂຽນຂ່າວລົງໂຄສະນາແນວທາງຜ່ານສື່ ໂດຍສະເພາະ ເຟສບຸກ ແລະ ລາຍງານຂ່າວສົ່ງຫ້ອງຖະແຫຼ່ງຂ່າວເມືອງອອກໂທລະໂຄງ ແລະ ແຂວງ ເພື່ອນຳອອກວິທະຍຸກະຈ່າຍສຽງ ໄດ້ທັງໝົດ 26 ຄັ້ງ.

2). ວຽກງານອົບຮົມ: ໄດ້ເອົາໃຈໃສ່ປະສານສົມທົບກັບກົມກອງຂະແໜງການທີ່ກ່ຽວຂ້ອງ, ຄະນະໂຄສະນາອົບຮົມເມືອງ ໄດ້ຈັດຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ ມີຜູ້ເຂົ້າຮ່ວມ 302 ຄົນ, ຍິງ 69 ຄົນ ແລະ ຢູ່ຂັ້ນຮາກຖານບ້ານ ມີຜູ້ເຂົ້າຮ່ວມ 2.845 ຄົນ, ຍິງ 1.143 ຄົນ, ວຽກງານສັງລວມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ສ້າງຕັ້ງຕາໜ່າງເພື່ອນຮ່ວມງານຢູ່ຂັ້ນເມືອງ ແລະ ຮາກຖານບ້ານ ເພື່ອລາຍງານໃຫ້ຄະນະພັກຂັ້ນຂອງຕົນ, ພ້ອມຈັດຊຸດອົບຮົມວຽກງານ ມາຮອດປັດຈຸບັນມີເພື່ອນຮ່ວມງານ 32 ຄົນ, ຍິງ 4 ຄົນ.

3). ວຽກງານບໍລິຫານ: ໄດ້ປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງສ້າງພະນັກງານຂອງຕົນ, ໄດ້ເປັນເຈົ້າການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະ ແລະ ບັນດາໜ່ວຍງານປິ່ນອ້ອມດ້ານງົບປະມານ, ວັດຖຸອຸປະກອນ ແລະ ອື່ນໆ ພ້ອມທັງບິແບ່ງເງິນບໍລິຫານເຂົ້າໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຕ່າງໆ ທີ່ມີຄວາມສອດຄ່ອງກັບລະບຽບການ, ໃນການຈັດຝຶກອົບຮົມ ແລະ ວຽກຫັນລົງກໍ່ສ້າງຮາກຖານການເມືອງ:

4). ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານວົງສົມພູ ມີທັງໝົດ 3 ທ່ານ, ຍິງ 1 ທ່ານ. ໄດ້ສົມທົບຮ່ວມກັບຄະນະພັກອໍານາດການປົກຄອງບ້ານເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ຊຸກຍູ້ວຽກງານຊ່ວຍປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງ XI ຂອງອົງຄະນະພັກແຂວງ ແລະ ຄັ້ງທີ V ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ.

5). ພາຍຫຼັງສຳເລັດຮັບຟັງການຜ່ານຮ່າງບົດສະຫລຸບລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ທິດທາງແຜນການແລ້ວ ປະທານກອງປະຊຸມມີຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ໄດ້ຮັບຟັງການແລກປ່ຽນປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ຮ່າງບົດສະຫຼຸບວຽກງານໂຄສະນາອົບຮົມເມືອງ ປະຈຳປີ 2022 ໃຫ້ມີເນື້ອໃນເລີກເຊິ່ງ ແລະ ສົມບູນກວ່າເກົ່າ.

ໃນຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງທ່ານ ສີທົນ ຊາວພູວົງ ຮອງເລຂາພັກເມືອງ, ເຊິ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງ ຄະນະໂຄສະນາອົບຮົມເມືອງໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກບາງບັນຫາທີ່ສຳຄັນໃນການປັບປຸ່ງວິທີການເຮັດວຽກງານການເມືອງ-ແນວຄິດ ພ້ອມກັນເອົາໃຈໃສ່ສຶບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ເພື່ອນໍາເອົາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ມີປະສິດທິພາບປະສິດທິຜົນສູງຂືນ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກກົກທີ່ສໍາຄັນຂອງພັກ, ເປັນວຽກຫຼັກທີ່ສອດຫ້ອຍທຸກຂົງເຂດວຽກງານການເມືອງ.

ພາບ-ຂ່າວໂດຍ: ສ.ໄຊຄຳສອນ.

 

 

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

241686
ມື້ນີ້ມື້ນີ້50
ມື້ວານນີ້ມື້ວານນີ້167
ອາທິດນີ້ອາທິດນີ້1557
ເດືອນນີ້ເດືອນນີ້1248
ທັງໝົດທັງໝົດ241686

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌