ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ອັດຕະປື ປະຈຳປີ 2022.
ກອງປະຊຸມວຽກງານໂຄສະນາອົບຮົມທົ່ວແຂວງອັດຕະປື ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2022, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາຄະນະ, ຄະນະພະແນກການ, ອົງການ, ຄະນະພັກເມືອງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ກໍ່ໄດ້ໃຫ້ກຽດກ່າວໄຂກອງປະຊຸມ ແລະ ທ່ານ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມ ແລະ ປັດໃຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຜົນງານເຊິ່ງສະແດງອອກໃນວຽກງານດ້ານຕ່າງໆເຊັ່ນ: ວຽກງານໂຄສະນາ-ຂໍ້ມູນຂ່າວສານ: ໄດ້ເອົາໃຈໃສ່ສົມທົບກັບບັນດາພະແນກການ-ອົງການ, ເມືອງ ຈັດຕັ້ງໂຄສະນາ-ປາຖະກະຖາເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ສາກົນ ມີຜູ້ເຂົ້າຮ່ວມ 26.115 ເທື່ອຄົນ, ຍິງ 10.808 ເທື່ອຄົນ, ສະມາຊິພັກ 13.494 ເທື່ອສະຫາຍ, ໄປຄຽງຄູ່ກັນນັ້ນ ໄດ້ໂຄສະນາແນວທາງຜ່ານສື່ ໂດຍສະເພາະ ເຟສບຸກ, ເວັບໄຊ ແລະ ລາຍການວິທະຍຸ ໃນຫົວຂໍ້: " ຮັບຮູ້ແນວທາງຂອງພັກ ປະຕິບັດໃຫ້ເປັນຈິງ " ໄດ້ທັງໝົດ 273 ຄັ້ງ. ວຽກງານອົບຮົມ: ໄດ້ເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ຄະນະໂຄສະນາອົບຮົມເມືອງ ເພື່ອຈັດຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ ມີຜູ້ເຂົ້າຮ່ວມ 990 ຄົນ, ຍິງ 406 ຄົນ, ວຽກງານຄົ້ນຄວ້າສັງລວມ: ໄດ້ເອົາໃຈໃສ່ຕິດຕາມ ແລະ ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ, ຂັ້ນເມືອງ ເພື່ອລາຍງານໃຫ້ຄະນະພັກຂັ້ນຂອງຕົນ, ສ້າງຕັ້ງຕາໜ່າງເພື່ອນຮ່ວມງານ ພ້ອມຈັດຊຸດອົບຮົມວຽກງານ ປັດຈຸບັນມີເພື່ອນຮ່ວມງານ 279 ຄົນ, ຍິງ 45 ຄົນ. ວຽກງານບໍລິຫານ: ໄດ້ປັບປຸງພື້ນຖານໂຄງລ່າງ, ໄດ້ເປັນເຈົ້າການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະ ແລະ ບັນດາຂະແໜງດ້ານງົບປະມານ, ພາຫະນະ, ວັດຖຸອຸປະກອນ ແລະ ອື່ນໆ ພ້ອມທັງບິແບ່ງເງິນບໍລິຫານຈຳນວນໜຶ່ງ ຊ່ວຍເມືອງໃນການຈັດຝຶກອົບຮົມ, ພື້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງ. ວຽກຫັນລົງກໍ່ສ້າງຮາກຖານການເມືອງ: ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ 5 ເມືອງ 17 ທ່ານ, ຍິງ 8 ທ່ານ. ການພົວພັນຮ່ວມມືກັບອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດຂອງປະເທດເພື່ອນມິດຍຸດທະສາດ 2 ຄັ້ງ, ຄຽງຄູ່ກັບດ້ານດີນັ້ນກໍຍັງມີຈຸດອ່ອນ-ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຊຸກຍູ້ວຽກງານປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດຂອງຊາດ, ຂອງແຂວງ, ຄົ້ນຄວ້າແນວທາງ, ແຜນນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດເຂົ້າສູ່ຊີວິດຕົວຈິງ. ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ຮ່າງບົດສະ ຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປີ 2022 ໃຫ້ມີເນື້ອໃນເລີກເຊິ່ງ ແລະ ຮັດກຸ້ມກວ່າເກົ່າ. ໃນໂອກາດດ່ຽວກັນຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບຊີ້ນຳວຽກງານຂອງຄະນະໂຄສະນາອົບຮົມແຂວງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ, ສັບປ່ຽນໜ້າທີ່ພະນັກງານບາງຂະແໜງທີ່ຂື້ນກັບ ພ້ອມກັນນັ້ນ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ II, III, ຫຼຽນກາ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍເຈົ້າແຂວງ ໃຫ້ແກ່ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕະຫຼອດ 5 ປີຜ່ານມາ ( 2016-2020). ບຸກຄົນທີ່ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 4 ທ່ານ, ຮັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 6 ທ່ານ, ຮັບຫຼຽນກາ ຈຳນວນ 2 ທ່ານ, ຮັບໃບຍ້ອງຍໍລັດຖະບານ ຈຳນວນ 4 ທ່ານ ແລະ ຮັບໃບຍ້ອງຍໍທ່ານເຈົ້າແຂວງ ຈຳນວນ 2 ທ່ານ. ໃນນັ້ນຄະນະນຳຂອງຄະນະໂຄສະນາອົບຮົມແຂວງກໍ່ໄດ້ເຂົ້າຮ່ວມພິທີຮັບຫຼຽນໄຊແຮງງານນຳແຂວງ.
ໃນຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງ ຄະນະໂຄສະນາອົບຮົມໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສຶບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ເພື່ອເອົານໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ມີປະສິດ ທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກສໍາຄັນ, ເປັນວຽກຫຼັກ ເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງແນວຄິດ.
![]() | ມື້ນີ້ | 54 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 1561 |
![]() | ເດືອນນີ້ | 1252 |
![]() | ທັງໝົດ | 241690 |
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌