ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.
-------------*-------------
ເພື່ອເຮັດໃຫ້ເນື້ອໃນຈິດໃຈຂອງບັນດາມະຕິຂອງພັກ, ໄດ້ຮັບການຈັດຕັ້ງປະຕິບັດຜັນຂະຫຍາຍຢ່າງຕໍ່ເນື່ອງ, ເປັນປະຈຳປົກກະຕິ ແລະ ມີເນື້ອໃນຢ່າງເລິກເຊິ່ງ ໄປພ້ອມກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໃຫ້ເຂົ້າໃນຊີວິດ-ສັງຄົມຕົວຈິງ ແລະ ສາມາດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານການເມືອງ-ແນວຄິດ, ຈຳກັດ, ແກ້ໄຂການເຊື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ດັ່ງນັ້ນ; ໃນວັນທີ 28 ພະຈິກ 2022; ຄະນະໂຄສະນາອົບຮົມແຂວງ ອັດຕະປື ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານ ຂອງທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານອົບຮົມສະມາຊິກພັກ ເຊິ່ງປະກອບມີ 4 ບົດ ຄື: 1.ເສີມຂະຫຍາຍມູນເຊື້ອຂອງພັກ; 2. ຍົກສູງຄວາມສາມາດນຳພາຂອງພັກ; 3. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ແລະ 4. ຝຶກຜົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ. ທັງໝົດນັ້ນເພື່ອສະມາຊິພັກໃຫ້ຮັບຮູ້-ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ, ພ້ອມກັນເສີມຂະຫຍາຍມູນເຊື້ອຂອງພັກໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຍົກລະດັບຄວາມຮູ້ຄວາມສາມາດນຳພາຂອງພັກໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປະຕິວັດ ແລະ ສາມາດນຳພາ ພາລະກິດປະຕິວັດ ໄປສູ່ຈຸດໝາຍທີ່ພັກເຮົາກຳນົດອອກ, ກໍ່ສ້າງ ແລະ ປັບປຸງພັກເຮົາ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນຳພາປະເທດຊາດກ່າວສູ່ຈຸດໝາຍສັງຄົມນິຍົມ, ຄວາມເຂົ້າໃຈດັ່ງກ່າວນັ້ນ ເຮັດໃຫ້ສະມາຊິກພັກສາມາດຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ໝັກແໜ້ນຢູ່ສະເໜີ ເພື່ອເຮັດຫຼ້ອນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ.
ໃນຕອນທ້າຍ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຍັງໄດ້ໃຫ້ທັດສະນະ ແລະ ມອບຄວາມຮັບຜິດຊອບໃຫ້ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, 2 ວາລະແຫ່ງຊາດ ໂດຍສະເພາະແມ່ນສະຫາຍຜູ້ເປັນເລຂາຄະນະພັກ ຕ້ອງປະຕິບັດຢ່າງເຂັ້ມງວດ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ ແລະ ບັນດາທິດທາງວຽກງານຈຸດສຸມ ທີ່ໄດ້ວາງອອກໃນມະຕິດັ່ງກ່າວ. ພ້ອມກັນນັ້ນ, ຕ້ອງຕັດສິນໃຈ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງໃນວຽກງານພະນັກງານ ແລະ ການກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ພະນັກງານຂັ້ນນຳພາແຕ່ລະຂັ້ນ ແນໃສ່ຮັບປະກັນ ເຮັດໃຫ້ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄວາມເປັນແບບຢ່າງນຳໜ້າແທ້ຈິງ.
+ ພາບ-ຂ່າວ: ສ ສີບຸນເຫຼືອງ
![]() | ມື້ນີ້ | 46 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 1553 |
![]() | ເດືອນນີ້ | 1244 |
![]() | ທັງໝົດ | 241682 |
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌