ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...
Previous
Next

ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປື ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023.

            ວັນທີ 16 ມັງກອນ 2023; ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະພັກ, ຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.

             ໃນພິທີ ສະຫາຍ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍຫຍໍ້ ແລະ ຍົກໃຫ້ເຫັນສະພາບລວມຂອງໜ່ວຍພັກ, ເຊິ່ງເປັນຮາກຖານພັກໜຶ່ງ ທີ່ຂື້ນກັບກັບອົງຄະນະພັກແຂວງ ພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະປະຈໍາພັກແຂວງ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານອົບຮົມ, ວຽກງານໂຄສະນາ-ປາຖະກະຖາ ໃນທົ່ວແຂວງ. ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມີຄະນະໜ່ວຍພັກ 3 ສະຫາຍ, ຍີງ 1 ສະຫາຍ, ມີສະມາຊິກພັກ ທັງໝົດ 17 ສະຫາຍ, ຍິງ 8 ສະຫາຍ, ສະມາຊິກພັກສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ. ໜ່ວຍພັກປະກອບມີ 4 ຂະແໜງ ຄື: ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ຂະແໜງໂຄສະນາ-ຂໍ້ມູນຂ່າວສານ; ຂະແໜງອົບຮົມ ແລະ ຂະແໜງຄົ້ນຄວ້າສັງລວມ. ຜ່ານການຕີລາຄາດ້ານການເມືອງ ບັນລຸໄດ້ 1.8 ຄະແນນ; ດ້ານແນວຄິດ 1.5 ຄະແນນ; ດ້ານການຈັດຕັ້ງ 1.8 ຄະແນນ; ດ້ານແບບແຜນວິທີນໍາພາ 2 ຄະແນນ ແລະ ດ້ານການປະຕິບັດຕໍ່ໜ້າທີ່ການເມືອງ 2.8 ຄະແນນ, ຄະແນນລວມ 9.6 ຄະແນນ ຈັດຢູ່ໃນປະເພດແຂງ. ພ້ອມກັນນັ້ນຍັງໄດ້ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ ປີ 2023. ຫຼັງຈາກນັ້ນຄະນະຮັບຜິດຊອບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ບົດສະຫຼຸບມີຄວາມໜັກແໜ້ນສົມບູນຂື້ນຕື່ມ ພ້ອມທັງຮັບຮອງແຜນເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໃນໂອກາດດ່ຽວກັນຍັງໄດ້ຜ່ານຂໍ້ແຂ່ງຂັນ ຮັກຊາດພັດທະນາຂອງແຂວງ ແລະ ຂໍແຂ່ງຂັນ ( 3 ອໍ 4 ຍໍ ) ຂອງຄະນະໂຄສະນາອົບຮົມແຂວງ.

+ ຂໍ້ແຂ່ງຂັນ 3 ອໍ: 1). ເອົາໃຈໃສ່ ຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃນວຽກງານການເມືອງ-ແນວຄິດ; 2). ເອົາໃຈໃສ່ ເກັບກຳ, ຄົ້ນຄວ້າ ແລະ ແກ້ໄຂບັນຫາແນວຄິດ ແລະ ຫາງສຽງສັງຄົມ; 3). ເອົາໃຈໃສ່ ຄົ້ນຄວ້າບົດປາຖະກະຖາ, ເລົ່າມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ ແລະ ສາກົນ.

+ ຂໍ້ແຂ່ງຂັນ 4 ຍໍ: 1). ຍົກສູງ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເຂັ້ມແຂງ ແລະ ເປັນຂອງທົ່ວສັງປວງຊົນ; 2). ຍົກສູງ ການຜັນຂະຫຍາຍແນວທາງແຜນນະໂຍບາຍ, ມະຕິ, ຄຳສັງ ແລະ ກົດລະບຽບຂອງພັກ; 3). ຍົກສູງວຽກງານໂຄສະນາ-ປາຖະກະຖາ ໃຫ້ມີປະສິດທິຜົນທາງດ້ານຈຳນວນ ແລະ ຄຸນນະພາບ; 4). ຍົກສູງ ວຽກງານສື່ມວນຊົນ ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ທົ່ວເຖິງ ແລະ ທັນເຫດການ.

ໂອກາດດັ່ງກ່າວສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ, ໃນນາມປະທານກອງປະຊຸມ ກໍໄດ້ຕາງໜ້າໃຫ້ຄະນະພັກຂັ້ນເທິງ ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສຳເລັດຂອງໜ່ວຍພັກທີ່ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງແນະນຳໃຫ້ຄະນະພັກ ກໍຄືຄະນະຮັບຜິດຊອບນຳເອົາບົດດັ່ງກ່າວໄປປັບປຸງດ້ານເນື້ອໃນຕາມຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ມີຄຳເຫັນໃສ່ ແລະ ຮຽກຮ້ອງໃຫ້ບັນດາຂະແໜງນຳເອົາແຜນການດັ່ງກ່າວໄປຄົ້ນຄວ້າ, ໄປຜັນຂະຫຍາຍຕາມໜ້າວຽກທີ່ຕົນຮັບຜິດຊອບ ພ້ອມທັງຫັນເອົາບັນດາມະຕິໃຫ້ອອກມາເປັນວຽກ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

# ກວດແກ້: ສໍວິສັກ ພອນມະໄລເພັດ

# ພາບ-ຂ່າວ: ສ ສີບຸນເຫຼືອງ

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

241678
ມື້ນີ້ມື້ນີ້42
ມື້ວານນີ້ມື້ວານນີ້167
ອາທິດນີ້ອາທິດນີ້1549
ເດືອນນີ້ເດືອນນີ້1240
ທັງໝົດທັງໝົດ241678

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌