ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ໜ່ວຍພັກຄະນະໂຄສະນາອົບຮົມແຂວງອັດຕະປ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...
Previous
Next

ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ສະພາບຫາງສຽງສັງຄົມປະຈຳປີ 2022 ຕໍ່ປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 7 ສະໄໝທີ XI.

 

         ວັນທີ 30 ມັງກອນ 2023; ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຂື້ນລາຍງານການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ສະພາບຫາງສຽງສັງຄົມປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຕໍ່ປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 7 ສະໄໝທີ  XI, ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ. ໂດຍການເປັນປະທານ ຂອງທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື, ເຂົ້າຮ່ວມມີຄະນະບໍລິຫານງານພັກແຂວງ, ຄະນະພັກ 2 ກຳລັງປະກອບອາວຸດ, ຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຄະນະປະຈຳພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນລາຍງານການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ສະພາບຫາງສຽງສັງຄົມປະຈຳປີ 2022. ໂດຍຍົກໃຫ້ເຫັນເຖິງບັນດານິຕິກຳ, ຂໍ້ກຳນົດ, ກົດໝາຍ ໄດ້ຮັບການຍົກລະດັບ, ປັບປຸງໃຫ້ສອດຄ່ອງກັບແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ; ຄະນະພັກທຸກຂັ້ນມີຄວາມເປັນເຈົ້າການໃນການນໍາພາ-ຊີ້ນຳສຶກສາອົບຮົມການເມືອງ-ແນວຄິດ, ຊຸກຍູ້ ປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍ ບັນດາມະຕິ, ຄຳສັ່ງ ໃຫ້ເປັນຮູບປະທຳໃນຕົວຈິງຫຼາຍຂຶ້ນ; ມີການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຊິກພັກ, ພະນັກງານ, ອົງການຈັດຕັ້ງມະຫາຊົນອຳນາດການປົກຄອງທຸກຂັ້ນ, ອົງການສາສະໜາ ແລະ ການຈັດຕັ້ງສັງຄົມ ໃນການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ທຸກຊັ້ນຄົນແຕ່ລະເປົ້າໝາຍຕ່າງໆຢ່າງເປັນປົກກະຕິ. ຈິ່ງເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂັ້ນພື້ນຖານ. ພ້ອມດຽວກັນນັ້ນຍັງໄດ້ລາຍງານການຕິດຕາມແນວຄິດ-ຫາງສຽງສັງຄົມ ໂດຍຍົກໃຫ້ເຫັນສະພາບແນວຄິດດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ຕ່າງໆບໍ່ທັນສາມາດແກ້ໄຂ ແລະ ຜ່ານທິດທາງແຜນການ ປະຈຳປີ 2023 ໂດຍສະເພາະຄະນະພັກແຕ່ລະຂັ້ນຈະຕ້ອງໄດ້ເອົາໃຈໃສ່ປະຕິບັດບາງວຽກຈຸດສຸມໃນຂົງເຂດວຽກງານການເມືອງ-ແນວຄິດ ເປັນຕົ້ນ:

      1). ຈັດຕັ້ງການເຊື່ອມຊຶມ-ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V. ໂດຍສະເພາະແມ່ນຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V.

      2). ຢຶດໝັ້ນທັດສະນະພື້ນຖານຂອງພັກ ກ່ຽວກັບການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໂດຍສຸມໃສ່: ໃຫ້ຖັນແຖວພະນັກງານນໍາພາຂັ້ນຍຸດທະສາດ, ພະນັກງານຫຼັກແຫລ່ງແຕ່ລະຂັ້ນ ຕ້ອງໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ ທີ່ເປັນທິດສະດີພື້ນຖານກ່ຽວກັບການປະຕິວັດເວົ້າລວມ ແລະ ແນວຄິດປະທານ ໄກສອນ ພົມວິຫານ ທີ່ເປັນຜົນແຫ່ງການຄົ້ນຄວ້າ, ໝູນໃຊ້ ແລະ ປະດິດສ້າງທິດສະດີລວມເຂົ້າໃນພຶດຕິກຳແຫ່ງການນໍາພາ-ພາລະກິດປະຕິວັດໃນໄລຍະໃໝ່ຢູ່ປະເທດເຮົາ.

    3). ເພີ່ມທະວີການເຄື່ອນໄຫວດ້ານການເມືອງ  ແລະ  ນໍາພາແນວຄິດຢູ່ພາຍໃນການຈັດຕັ້ງພັກທຸກຂັ້ນ, ຕິດຕາມການດຳເນີນການປົວແປງພາຍໃນພັກ ເພື່ອກະກຽມຄວາມພ້ອມຂອງບຸກຄະລາກອນໃນກອງປະຊຸມຄະນະພັກສາມຂັ້ນ, ຢ່າງຕໍ່ເນື່ອງຕາມມະຕິຂອງຄະນະປະຈໍາພັກແຂວງ;

              4). ສືບຕໍ່ນຳພາການເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ບັນດາເອກະສານ ມະຕິ, ຄຳສັ່ງ ຂອງພັກໃຫ້ເປັນປົກກະຕິເປັນຕົ້ນ: ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ XI ຂອງອົງຄະນະພັກແຂວງ; ເອກະສານ 2 ວາລະແຫ່ງຊາດ; ສືບຕໍ່ຝຶກອົບຮົມໃຫ້ກຸ່ມເປົ້າຕ່າງໆຢ່າງທົ່ວເຖິງທຸກເປົ້າໝາຍ;

            5). ຈັດຕັ້ງການໂຄສະນາ-ປາຖະກະຖາ ມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ແລະ ສາກົນຢ່າງຕໍ່ເນື່ອງທັນການ, ຄົ້ນຄວ້າແບບແຜນການໂຄສະນາທີ່ມີຫຼາກຫຼາຍວິທີ ເພື່ອດຶງດູດມະຫາຊົນ ແລະ ກຸ່ມເປົ້າໝາຍເຂົ້າຮ່ວມເປັນຂະບວນ; ເປັນເຈົ້າການເຄື່ອນໄຫວໂຄສະນາຢ່າງແຂງແຮງກວ່າເກົ່າ;

            6). ເປັນເຈົ້າການເກັບກຳສັງລວມສະພາບແນວຄິດ-ຫາງສຽງຂອງສັງຄົມ;   ຈັດກອງປະຊຸມຖອດຖອນບົດຮຽນວຽກງານສັງລວມຫາງສຽງສັງຄົມກັບເພື່ອນຮ່ວມງານຂັ້ນແຂວງ, ສັງລວມ ແລະ ວິເຄະຫາງສຽງສັງຄົມທີ່ເປັນຜົນທາງລົບເພື່ອລາຍງານໃຫ້ຄະນະພັກແຕ່ລະຂັ້ນນໍາໄປຄົ້ນຄ້ວາພິຈາລະນາແກ້ໄຂຕາມຂັ້ນຕອນທັນກັບສະພາບການ.

+ ພາບ-ຂ່າວ: ສອນ ສີບຸນເຫຼືອງ.

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

241681
ມື້ນີ້ມື້ນີ້45
ມື້ວານນີ້ມື້ວານນີ້167
ອາທິດນີ້ອາທິດນີ້1552
ເດືອນນີ້ເດືອນນີ້1243
ທັງໝົດທັງໝົດ241681

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌