ຫົວໜ້າ ບກ ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື
ໃນລະຫວ່າງວັນທີ 25-27 ມິຖຸນາ 2017 ຜ່ານມາ, ທ່ານ ຄຳວິສັນ ແກ້ວສຸວັນ ຫົວໜ້າ ບກ ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື,
ໃນໂອກາດດັ່ງກ່າວທ່ານຫົວໜ້າ ບກ ວາລະສານ ພ້ອມຄະນະ ກໍ່ໄດ້ເຂົ້າພົບຄະນະນຳຄະນະໂຄສະນາອົບຮົມແຂວງ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພູວັນ ພົມມະຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີຄະນະນຳພ້ອມດ້ວຍພະນັກງານ, ລັດ ຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວທ່ານຫົວໜ້າ ບກ ວາລະສານ ໄດ້ກ່າວຈຸດປະສົງໃນການມາເຮັດວຽກຄັ້ງນີ້, ໜ້າທີ່ຕົ້ນຕໍແມ່ນເພື່ອເກັບກຳຂໍ້ມູນດ້ານຕ່າງໆ ກ່ຽວກັບຜົນງານທີ່ພົ້ນເດັ່ນຂອງບັນດາຂະແໜງການຕ່າງໆ ຕະຫຼອດຮອດຕົວແບບການຜະລິດເປັນສີນຄ້າ ຂອງປະຊາຊົນເມືອງສາມັກຄີໄຊ, ແຂວງອັດຕະປື ເພື່ອປະກອບໃຫ້ແກ່ການຂຽນບົດວາລະສານໂຄສະນາ.
![]() | ມື້ນີ້ | 46 |
![]() | ມື້ວານນີ້ | 167 |
![]() | ອາທິດນີ້ | 1553 |
![]() | ເດືອນນີ້ | 1244 |
![]() | ທັງໝົດ | 241682 |
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌