ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ.                                         ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!                                                                                  ຍົກສູງບົດບາດການນຳພາຂອງພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໝາ, ສູ້ຊົນປົກປັກຮັກສາ ແລະ ພັດທະນາແຂວງ ອັດຕະປືກ້າວຂື້ນຢ່າງໜັກແໜ້ນ, ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ.                                                                                          

  • ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອ
  • ຄອ​ຂ ເຂົ້າອວຍພອນຄະນະພັກ, ຄະນະບັນຊາກ
  • ຫົວໜ້າ ຄອຂ ລາຍງານການນຳພາ-ຊີ້ນຳວຽກງາ
  • ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນ
  • ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບ
  • ຄະນະໂຄສະນາອົບຮົມແຂວງອັດຕະປື ຕ້ອນຮັ

ຄະນະໂຄສະນາອົບຮົມແຂວງອັດຕະປື ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງອັດຕະປື.

ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍ່...

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ.

ອັດຕະປື ທົບທວນການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ ແລະ ເຜີຍແຜ່ເອກະສານອົບຮົມສະມາຊິກພັກ ໃຫ້ແກ່ພະນັ...

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ----------...
Previous
Next

ພິທີມອບ-ຮັບ ຫົວໜ້າໂຄສະນາອົບຮົມແຂວງ ອັດຕະປື ຜູ້ເກົ່າ ແລະ ຜູ້ໃໝ່.

ພິທີມອບ-ຮັບ ຫົວໜ້າໂຄສະນາອົບຮົມແຂວງ ອັດຕະປື ຜູ້ເກົ່າ ແລະ ຜູ້ໃໝ່.

 

ໃນວັນທີ 11 ຕຸລາ 2016 ທີ່ຜ່ານມາຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ມີພິທີ ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມ ແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນຢູ່ທີ່ສະໂມສອນໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ  ທ່ານ ນ. ມີນາ ພອນ ໄຊສົມພູ 

ຮອງເລຂາພັກແຂວງ, ຜູ້ຊີ້ນຳຂົງເຂດການເມືອງ, ມີບັນດາທ່ານຜູ້ຕາງໜ້າຈາກບັນດາພາກສ່ວນທີ່ກ່ຽວຂ້ອງ,  ພະນັກງານ ອາວຸໂສບຳນານ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມເປັນສັກຂີພະຍານ ທັງໝົດ 35 ທ່ານ.

  ໃນພິທີ ທ່ານ ບົວໄລ ກົມມະສິດ  ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະ ປະຈຳພັກແຂວງ ສະບັບເລກທີ 123/ຄປ ພຂ  ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກ ງານ, ມະຕິ ຕົກລົງ ເລກທີ 241/ຄປພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຄະ ນະໂຄສະນາອົບຮົມແຂວງ ໂດຍແຕ່ງຕັ້ງ ສະຫາຍ ສົມໄຊ ແກ້ວໂພສິງ ກຳມະການພັກແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມ ແຂວງຜູ້ໃໝ່ ທັງເປັນເລຂາໜ່ວຍພັກ. ແລ້ວ ສະຫາຍ ສີຫາ ພົມມະຈັກ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍ ງານ ການຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະສົກປີຜ່ານ ມາ ( 2015-2016 ) ເຊິ່ງໄດ້ຍົກ ໃຫ້ເຫັນບັນດາຜົນສຳເລັດໃນຫຼາຍດ້ານ, ຂໍ້ຄົງຄ້າງ ຈຳນວນໜຶ່ງ ແລະ ທິດທາງ ທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນ ສະຫາຍ ເພັດແກ້ວ ເຮືອງປັນຍາ ກຳມະການພັກ ແຂວງ, ຫົວໜ້າຄະນະ ໂຄສະນາອົບ ຮົມແຂວງຜູ້ເກົ່າ ກໍ່ໄດ້ຂຶ້ນຜ່ານບົດລາຍງານການຊີ້ນຳ-ນຳພາການ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ.

   ໃນໂອກາດດັ່ງກ່າວ ທ່ານ ນ. ມີນາພອນ ໄຊສົມພູ ໄດ້ໃຫ້ກຽດໂອ້ລົມ ແລະ ປະກອບຄຳຄິດເຫັນເຊິ່ງ ທ່ານໄດ້ເວົ້າວ່າ: ວຽກງານການເມືອງ-ແນວ ຄິດ ແມ່ນເປັນວຽກງານໜຶ່ງທີ່ມີບົດບາດ ແລະ ສຳຄັນຫຼາຍ ເວລາໃດກໍ່ເປັນວຽກແຖວໜ້າ ຊຶ່ງຈະຕ້ອງໄດ້ເຮັດກ່ອນໝູ່ ແລະ ສອດຫ້ອຍໄປທຸກ ຂົງເຂດວຽກງານ, ທ່ານຍັງໄດ້ເນັ້ນໜັກໃຫ້ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່  ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ຢ່າງຕັ້ງໜ້າຕໍ່ໜ້າທີ່ ໃໝ່ທີ່ຖືກມອບໝາຍ.

Found a typo? Please select it and press Ctrl + Enter.

ວີດີໂອ....

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

224937
ມື້ນີ້ມື້ນີ້47
ມື້ວານນີ້ມື້ວານນີ້46
ອາທິດນີ້ອາທິດນີ້1313
ເດືອນນີ້ເດືອນນີ້5943
ທັງໝົດທັງໝົດ224937

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌