ໃນລະຫວ່າງວັນທີ 22 – 23 ສິງຫາ 2022 ທີ່ຜ່ານມານີ້ ຄະນະນຳຂັ້ນສູງ ນຳໂດຍ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ອັດຕະປື ພ້ອມດ້ວຍຄະນະ ໄດ້ສໍາເລັດພາລະກິດຢ້ຽມຢາມ ແລະ ເຮັດວຽກທີ່ແຂວງ ກວາງນາມ ປະເທດ ສສ ຫວຽດນາມ ໃນພາກເຊົ້າ ຂອງວັນທີ 22 ສິງຫາ 2022 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ຟານ ຫວຽດ ເກື່ອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນຂອງແຂວງກວາງນາມໃຫ້ການຕ້ອນຮັບ ແລະ ໄດ້ຈັດກອງປະຊຸມຂື້ນທີ່ຫ້ອງວ່າການແຂວງ ກວາງນາມ ປະເທດ ສສ ຫວຽດນາມ.
ຄະນະໂຄສະນາອົບຮົມແຂວງ ອັດຕະປື ເຊື່ອມຊຶມ ດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ.
ວັນທີ 25 ສິງຫາ 2022; ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງເຊື່ອມຊຶມ ດຳລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ. ໂດຍການເປັນປະທານ ຂອງທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.
ພະແນກພະລັງງານ-ບໍ່ແຮ່ແຂວງ ອັດຕະປື ຈັດປາຖະກະຖາ-ເຊື່ອມຊຶມເອກະສານສຳຄັນຂອງຊາດ, ຂອງພັກ ແລະ ຂອງແຂວງ.
ວັນທີ 25 ສິງຫາ 2022; ຢູ່ທີ່ຫ້ອງປະຊຸມພະແນກພະລັງງານ-ບໍ່ແຮ່ແຂວງ ໄດ້ຈັດຕັ້ງເຊື່ອມຊຶມ 3 ເອກະສານສຳຄັນຄື: ເອກະສານ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 6 ສະໄໝທີ XI ແລະ ຫວນຄືນມູນເຊື້ອປີສາມັກຄີມິດຕະພາບ ລາວ-ຫວຽດນາມ. ໂດຍການເປັນປະທານ ຂອງທ່ານ ວິທະຍາ ພົມມະຈັນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ-ບໍ່ແຮ່ແຂວງ, ມີບັນດາສະຫາຍ ຄະນະພັກຮາກຖານ, ຄະນະພະແນກ, ຄະນະໝ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ສະມາຊິກພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ ທັງໝົດ 38 ທ່ານ, ຍິງ 8 ທ່ານ.
ກອງປະຊຸມພົບປະລະຫວ່າງ ຄະນະໂຄສະນາອົບຮົມແຂວງອັດຕະປື ກັບ ຄະນະໂຄສະນາອົບຮົມນະຄອນດານັງ.
ກອງປະຊຸມພົບປະລະຫວ່າງ ຄະນະໂຄສະນາອົບຮົມແຂວງອັດຕະປື ກັບ ຄະນະໂຄສະນາອົບຮົມນະຄອນດານັງ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2022; ທີ່ນະຄອນດານັງ ສສ ຫວຽດນາມ. ຝ່າຍອັດຕະປືນຳໂດຍ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ແລະ ຝ່າຍນະຄອນດານັງ ນໍາໂດຍ ສະຫາຍ ດ່ວນ ງອັກ ຮຸ່ງ ແອັງ ຄະນະປະຈຳພັກນະຄອນ, ປະທານຄະນະໂຄສະນາອົບຮົມນະຄອນດານັງ ພ້ອມຄະນະ.
ອັດຕະປື ວາງສີລາລຶກການກໍ່ສ້າງໂຄງການໄຟຟ້າ ແສງຕາເວັນ SAPP.
![]() | ມື້ນີ້ | 42 |
![]() | ມື້ວານນີ້ | 318 |
![]() | ອາທິດນີ້ | 1382 |
![]() | ເດືອນນີ້ | 949 |
![]() | ທັງໝົດ | 212124 |
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌